ທີ່ຕັ້ງ ແລະ ພາລະບົດບາດ

ກົມການຈັດຫາງານ ຂຽນຫຍໍ້ວ່າ: “ກຈງ” ແມ່ນການຈັດຕັ້ງໜື່ງ ສັງກັດໃນໂຄງປະກອບກົງຈັກຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ມີພາລະບົດບາດເປັນເສນາທິການໃຫ້ແກ່ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໃນວຽກງານການຈັດຫາງານ ໃນຂອບ ເຂດຄວາມຮັບຜິດຊອບຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ.

ໜ້າທີ່

  1. ຄົ້ນຄວ້າ, ເຊື່ອມຊືມ ແລະ ຈັດຕັ້ງຜັນຂະຫຍາຍແນວທາງ, ນະໂຍບາຍຂອງພັກ, ກົດໝາຍ ແລະ ລະບຽບການຕ່າງໆຂອງລັດເພື່ອການບໍລິຫານ ແລະ ຄຸ້ມຄອງວຽກງານການຈັດຫາງານ
  2. ຄົ້ນຄວ້າ, ສ້າງ, ປັບປຸງນິຕິກໍາ, ແຜນຍຸດທະສາດ, ກົນໄກ, ແຜນງານ, ໂຄງການ ແລະ ແຜນງົບປະມານກ່ຽວກັບວຽກງານການຈັດຫາງານໃນແຕ່ລະໄລຍະ.
  3. ໂຄສະນາເຜີຍແຜ່ນິຕິກໍາ, ນະໂຍບາຍ, ແຜນຍຸດທະສາດກ່ຽວກັບວຽກງານການຈັດຫາງານ
    ຄົ້ນຄວ້າ, ກໍານົດ ແລະ ວາງແຜນຈັດຕັ້ງປະຕິບັດການດັດສົມມະຫາພາກດ້ານຄວາມຕ້ອງການ ແລະ ການສະໜອງຂອງຕະຫຼາດແຮງງານ
  4. ຊຸກຍູ້, ສົ່ງເສີມ ແລະ ເປັນໃຈກາງ ໃຫ້ທຸກພາກສ່ວນທົ່ວສັງຄົມ ໄດ້ມີສ່ວນຮ່ວມຢ່າງຕັ້ງໜ້າ ເພື່ອໃຫ້ພົນລະເມືອງລາວໄດ້ມີວຽກເຮັດງານທຳ ຕາມຕໍາແໜ່ງງານໃນຫົວໜ່ວຍແຮງງານ ແລະ ການປະກອບອາຊີບແບບອິດສະຫຼະ ຢູ່ໃນຕົວເມືອງ ແລະ ຊົນນະບົດ ແລະ ຈັດຫາງານໄປຕ່າງປະເທດ.
  5. ສ້າງ, ປັບປຸງ, ຄຸ້ມຄອງ ລະບົບຂໍ້ມູນຂ່າວສານຕະຫຼາດແຮງງານ ເພື່ອຕິດຕາມການເຄື່ອນໄຫວຂອງຕະຫຼາດແຮງງານ ແນໃສ່ເຮັດໃຫ້ການແກ້ໄຂບັນຫາການວ່າງງານ ແລະ ການຂາດແຄນແຮງງານຢູ່ ສປປລາວ ໃຫ້ມີປະສິດທິພາບ.
  6. ສົ່ງເສີມ ແລະສ້າງຄູ່ມືການແນະນໍາອາຊີບແກ່ຜູ້ທີ່ຈະເຂົ້າສູ່ຕະຫຼາດແຮງງານ ແລະ ການຂາດແຄນແຮງງານຢູ່ ສປປລາວ ໃຫ້ມີປະສິດທິພາບ
  7. ສ້າງນະໂຍບາຍເພື່ອສົ່ງເສີມການປະກອບອາຊີບອິດສະຫຼະ, ສົ່ງເສີມໃຫ້ມີການນໍາໃຊ້ແຮງງານທ້ອງຖິ່ນເຂົ້າໃນວຽກສາທາລະນະ ໂດຍສະເພາະ ສໍາລັບແຮງງານທີ່ຢູ່ໃນຊົນນະບົດ ເພື່ອຫຼຸດຜ່ອນ ຫຼື ປ້ອງກັນການເຄື່ອນຍ້າຍໄປພື້ນທີ່ອື່ນໂດຍບໍ່ຈໍາເປັນ
  8. ຂື້ນທະບຽນຜູ້ຊອກຫາວຽກເຮັດງານທໍາ, ຜູ້ວ່າງງານ, ຕໍາແໜ່ງງານວ່າງ ແລະ ຜູ້ມີວຽກເຮັດງານທໍາໃນຂອບເຂດທົ່ວປະເທດ
  9. ຊຸກຍູ້, ສົ່ງເສີມ ແລະ ສະເໜີສ້າງຈຸດບໍລິການຈັດຫາງານ, ສູນຂໍ້ມູນຂ່າວສານສໍາລັບແຮງງານເຄື່ອນຍ້າຍ, ບໍລິສັດຈັດຫາງານພາຍໃນ ແລະ ໄປຕ່າງປະເທດ, ຕິດຕາມ ແລະ ຄຸ້ມຄອງ ການເຄື່ອນໄຫວຂອງຈຸດບໍລິການ ແລະ ບໍລິສັດຈັດຫາງານ ໃຫ້ມີປະສິດທິພາບ ສອດຄ່ອງກັບກົດໝາຍ ແລະ ລະບຽບການ
  10. ຄົ້ນຄວ້າ ແລະ ປະກອບຄໍາເຫັນຕໍ່ການສະເໜີຂໍອະນຸມັດສ້າງຕັ້ງ, ໂຮມ, ແຍກ, ຍຸບເລີກ ແລະ ຍ້ອງຍໍ ຜົນການເຄື່ອນໄຫວຂອງສະມາຄົມບໍລິສັດຈັດຫາງານ
    ຄົ້ນຄວ້າ ແລະ ສະເໜີຂັ້ນເທິງເພື່ອພິຈາລະນາອະນຸມັດການຂະຫຍາຍຕະຫຼາດແຮງງານໄປຕ່າງປະເທດ
  11. ດໍາເນີນການບໍລິການຈັດຫາງານໃຫ້ຜູ້ຊອກຫາວຽກເຮັດງານທໍາ ຢູ່ພາຍໃນ ແລະ ຈັດສົ່ງໄປເຮັດວຽກຢູ່ຕ່າງປະເທດ ໃນຮູບແບບລັດຕໍ່ລັດ ແລະ ຕາມການຕົກລົງຂອງ ສອງຝ່າຍ
  12. ຄົ້ນຄວ້າ, ອະນຸມັດການຈັດສົ່ງ ແລະຄຸ້ມຄອງ ການຈັດສົ່ງແຮງງານລາວໄປເຮັດວຽກ ແລະ ໄປຝຶກເຮັດວຽກຢູ່ຕ່າງປະເທດ
  13. ຄົ້ນຄວ້າ, ສັງລວມ, ດັດສົມ ແລະ ສະເໜີຄະນະນໍາເພື່ອພິຈາລະນາແຜນນໍາໃຊ້ແຮງງານຕ່າງປະເທດ ໃນຂອບເຂດທົ່ວປະເທດ ທຸກໆ 6 ເດືອນ
  14. ຄົ້ນຄວ້າ, ອະນຸມັດ ແລະ ຄຸ້ມຄອງ ການຈັດການຕະຫຼາດແຮງງານ ໃນຂັ້ນສູນກາງ
  15. ຄຸ້ມຄອງ ແລະ ຕິດຕາມ ການຮັບສະໝັກງານ ໃນຂອບເຂດທົ່ວປະເທດ
  16. ຄົ້ນຄວ້າ, ປະສານສົມທົບ ແລະ ສະເໜີນໍາໃຊ້ເງິນກອງທຶນຊ່ວຍເຫຼືອແຮງງານລາວທີ່ເຮັດວຽກຢູ່ຕ່າງປະເທດ ແລະ ແຮງງານຕ່າງປະເທດທີເຮັດວຽກຢູ່ ສປປ ລາວ
  17. ສົມທົບກັບພາກສ່ວນກ່ຽວຂ້ອງ ເພື່ອຕິດຕາມການເກັບລາຍຮັບຄ່າທຳນຽມ, ຄ່າບໍລິການ, ຂື້ນແຜນນໍາໃຊ້ ແລະ ສະຫຼຸບລາຍງານຕາມລະບຽບການ

ຂອບເຂດ

  1. ສະ​ເໜີສ້າງຕັ້ງ, ປັບປຸງ ຫຼື ຍົກເລີກກົງຈັກ ແລະ ຕໍາແໜ່ງງານຂອງກົມ ຕໍ່ລັດຖະມົນຕີ ເພື່ອພິຈາລະນາ
  2. ຕິດຕາມ, ກວດກາການຈັກຕັ້ງປະຕິບັດນະໂຍບາຍ, ກົດໝາຍ, ດໍາລັດ, ຂໍ້ຕົກລົງລະບຽບການຕ່າງໆ ກ່ຽວກັບວຽກງານຈັດຫາງານພາຍໃນ, ຈັດຫາງານໄປຕ່າງປະເທດ, ສົ່ງເສີມການປະກອບອາຊີບ ແລະ ຂໍ້ມູນຂ່າວສານຕະຫຼາດແຮງງານ
  3. ກວດກາ, ກ່າວເຕືອນ, ພິຈາລະນາ ແລະ ນໍາສະເໜີຂັ້ນເທິງ ຕໍ່ ຫຼື ຖອນໃບອະນຸຍາດສ້າງຕັ້ງ ແລະ ເຄື່ອນໄຫວວິສາຫະກິດບໍລິການຈັດຫາງານ ຫຼື ສັນຍາດ້ານວິຊາການ ໃນກໍລະນີທີ່ບໍ່ສາມາດປະຕິບັດຕາມມາດຕະຖານວຽກງານ ແລະ ລະບຽບກົດໝາຍອື່ນ
  4. ສະເໜີຂັ້ນເທິງແຕ່ງຕັ້ງພະນັກງານພາຍໃນກົມ ແລະ ພະນັກງານທ້ອງຖິ່ນ ເຂົ້າຮ່ວມປະຊຸມ, ສໍາມະນາ, ຝຶກອົບຮົມ, ທັດສະນະສຶກສາຢູ່ພາຍໃນ ແລະ ຕ່າງປະເທດ
  5. ປະສານສົມທົບ, ຮ່ວມມື, ພົບປະ, ເຈລະຈາ, ເຊັນບົດບັນທຶກຄວາມເຂົ້າໃຈ, ສັນຍາ, ຂໍ້ຕົກລົງຕ່າງໆ ທີ່ພົວພັນກັບວຽກງານຈັດຫາງານພາຍໃນ, ຈັດຫາງານໄປຕ່າງປະເທດ, ສົ່ງເສີມການປະກອບອາຊີບ ແລະ ຂໍ້ມູນຂ່າວສານຕະຫຼາດແຮງງານ ກັບບັນດາອົງການຈັດຕັ້ງທີ່ກ່ຽວຂ້ອງທັງພາຍໃນ ແລະ ຕ່າງປະເທດ ຕາມການອະນຸມັດຂອງຄະນະນໍາກະຊວງ
  6. ຄຸ້ມຄອງຂໍ້ມູນ, ນໍາໃຊ້ງົບປະມານ, ວັດຖຸອຸປະກອນ, ສິ່ງອໍານວຍຄວາມສະດວກ, ພາຫະນະຕ່າງໆ ແລະ ຊັບສິນລວມ ທີ່ຢູ່ໃນຄວາມຮັບຜິດຊອບຂອງກົມ
  7. ເຊັນເອກະສານທາງລັດຖະການຂອງກົມພາຍໃນກະຊວງ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ
  8. ປະຕິບັດສິດອື່ນ ຕາມການມອບໝາຍຂອງຂັ້ນເທິງ