ກອງປະຊຸມ ປຶກສາຫາລື ກ່ຽວກັບຮ່າງບົດລາຍງານ ການສຶກສາບົດຮຽນທີ່ດີ ຂອງການຈັດຕັ້ງປະຕິບັດການບໍລິການພັດທະນາສີມ
by Test
"ກອງປະຊຸມ ປຶກສາຫາລື ກ່ຽວກັບຮ່າງບົດລາຍງານ ການສຶກສາບົດຮຽນທີ່ດີ ຂອງການຈັດຕັ້ງປະຕິບັດການບໍລິການພັດທະນາສີມືແຮງງານ ແລະ ຈັດຫາງານ ໃຫ້ຜູ້ວ່າງງານ ໃນ ສປປ ລາວ" >> ໃນວັນທີ 25 ສິງຫາ 2022, ທີ່ ຫ້ອງປະຊຸມກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຈັດກອງປະຊຸມ ປຶກສາຫາລື ກ່ຽວກັບຮ່າງບົດລາຍງານ ການສຶກສາບົດຮຽນທີ່ດີ ຂອງການຈັດຕັ້ງປະຕິບັດການບໍລິການພັດທະນາສີມືແຮງງານ ແລະ ຈັດຫາງານ ໃຫ້ຜູ້ວ່າງງານ ໃນ ສປປ ລາວ. ໂດຍໄດ້ຮັບການສະໜັບສະໜູນຈາກໂຄງການ ILO CHINA. ກອງປະຊຸມດັ່ງກ່າວໄດ້ດຳເນີນພາຍໃຕ້ການເປັນປະທານຂອງ ທ່ານ ສຸລິຍາ ຄໍາວົງສາ, ຮອງຫົວໜ້າ ກົມການຈັດຫາງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ເຊີ່ງມີບັນດາຜູ້ເຂົ້າຮ່ວມຈາກກົມການຈັດຫາງານ, ກົມຄຸ້ມຄອງແຮງງານ, ອົງການປະກັນສັງຄົມແຫ່ງຊາດ, ສູນກາງສະຫະພັນກໍາມະບານລາວ, ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ສະຖາບັນພັດທະນາສີມືແຮງງານ, ພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫຼວງວຽງຈັນ ແລະ ບັນດາພະແນກການອ້ອມຂ້າງກົມການຈັດຫາງານ ເຂົ້າຮ່ວມຫຼາຍກ່ວາ 30 ທ່ານ. ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອປຶກສາຫາລື ປະກອບຄໍາຄິດເຫັນ ໃສ່ (ຮ່າງ)ບົດການສຶກສາບົດຮຽນທີ່ດີ ຂອງການຈັດຕັ້ງປະຕິບັດການບໍລິການ ພັດທະນາສີມືແຮງງານ ແລະ ຈັດຫາງານ ໃຫ້ຜູ້ວ່າງງານ ໃນ ສປປ ລາວ, ແລະ (ຮ່າງ) ຂໍ້ຕົກລົງວ່າດ້ວຍ ການຂື້ນທະບຽນຜູ້ວ່າງງານ ສໍາລັບສະມາຊິກປະກັນສັງຄົມ ແລະ ຂໍ້ຕົກລົງວ່າດ້ວຍຄະນະຮັບຜິດຊອບ ການຂື້ນທະບຽນວ່າງງານສໍາລັບສະມາຊິກປະກັນສັງຄົມ. ກອງປະຊຸມໄດ້ຮັບຟັງການສະເໜີ (ຮ່າງ) ຂໍ້ຕົກລົງວ່າດ້ວຍ ການຂື້ນທະບຽນຜູ້ວ່າງງານ ສໍາລັບສະມາຊິກປະກັນສັງຄົມ (ສະບັບປັບປຸງ) ແລະ ຂໍ້ຕົກລົງວ່າດ້ວຍຄະນະຮັບຜິດຊອບ ການຂື້ນທະບຽນວ່າງງານສໍາລັບສະມາຊິກປະກັນສັງຄົມ (ສະບັບປັບປຸງ). ນອກນັ້ນ, ຍັງໄດ້ຮັບຟັງການລາຍງານ ແລະ ສະເໜີ (ຮ່າງ)ບົດການສຶກສາບົດຮຽນທີ່ດີ ຂອງການຈັດຕັ້ງປະຕິບັດການບໍລິການ ພັດທະນາສີມືແຮງງານ ແລະ ຈັດຫາງານ ໃຫ້ຜູ້ວ່າງງານ ໃນ ສປປ ລາວ ເພື່ອເພື່ອເປັນບ່ອນອີງ ໃນການປັບປຸງບັນດານິຕິກໍາຕ່າງໆ ເພື່ອຊ່ວຍໃຫ້ຜູ້ອອກແຮງງານ ມີວຽກເຮັດ ງານທໍາ ທີ່ດີຂື້ນ. ພ້ອມດຽວກັນນັ້ນ, ກອງປະຊຸມກໍ່ຍັງໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດຄໍາເຫັນ ຕໍ່ບັນດາ (ຮ່າງ) ເອກະສານຕ່າງໆ ທີ່ຈະສ້າງຂື້ນ ແລະ ບັບປຸງໃໝ່ ເພື່ອໃຫ້ສອດຄ່ອງກັບນິຕິກໍາ ແລະ ສະພາບການປະຈຸບັນ ເປັນຕົ້ນແມ່ນ ການກໍານົດໄລຍະເວລາຂື້ນທະບຽນຜູ້ວ່າງງານ ສໍາລັບສະມາຊິກປະກັນສັງຄົມ ທີ່ໄດ້ຮັບຜົນກະທົບຈາກການຖືກປົດປ່ອຍອອກຈາກວຽກ, ຂະບວນການອອກໜັງສືຢັ້ງຢືນການວ່າງງານ, ເງື່ອນໄຂການຮັບອຸດໜຸນວ່າງງານ ແລະ ບັນຫາອື່ນໆ. ກອງປະຊຸມໄດ້ມີການສົນທະນາ ແລະ ປັບປຸງກ່ຽວກັບ ໂຄງຮ່າງຂອງ ບົດການສຶກສາບົດຮຽນທີ່ດີ ຂອງການຈັດຕັ້ງປະຕິບັດການບໍລິການ ພັດທະນາສີມືແຮງງານ ແລະ ຈັດຫາງານ ໃຫ້ຜູ້ວ່າງງານ ໃນ ສປປ ລາວ ເພື່ອໃຫ້ບົດການສຶກສາດັ່ງກ່າວມີເນື້ອໃນຄົບຖ້ວນ ສົມບູນ. ໃນຕອນທ້າຍຂອງກອງປະຊຸມ, ທ່ານ ສຸລິຍາ ຄໍາວົງສາ, ຮອງຫົວໜ້າ ກົມການຈັດຫາງານ, ກະຊວງແຮງງານ ແລະ ສະຫວັດ ດີການສັງຄົມ ໄດ້ມີຄໍາເຫັນ ແລະ ໃຫ້ທິດຊີ້ນໍາ ໃຫ້ກອງເລຂາ ໄປປັບປຸງຄືນບາງຈຸດ ຕາມຄຳເຫັນຂອງຜູ້ເຂົ້າຮ່ວມປະຊຸມ ແລະ ປະສານສົມທົບກັບພາກສ່ວນທີ່່ກຽວຂ້ອງ ເພື່ອກໍານົດບາງບັນຫາທີ່ຍັງບໍ່ທັນເອກະພາບກັນ ເພື່ອເຮັດໃຫ້ ຮ່າງ ເອກະສານທີ່ໄດ້ນໍາເຂົ້າມາປຶກສາຫາລືໃນທີ່ປະຊຸມ ມີເນື້ອໃນຄົບຖ້ວນ, ສົມບູນ ແລະ ເພື່ຶອເປັນບ່ອນອີງໃຫ້ບັນດາຂະແໜງການ ແລະ ທ້ອງຖິ່ນ ນໍາໄປຈັດຕັ້ງຜັນຂະຫຍາຍ ໃຫ້ໄດ້ປະສິດທິພາບ ແລະ ປະສິດທິຜົນ (ກົມການຈັດຫາງານ)
ພາບ/ຂ່າວ:ພິມມະສອນ
ວັນທີອອກຂ່າວ:2024-01-22